rollerblade

Healthy

5 ຄຸນປະໂຫຍດພື້ນຖານຂອງການຫຼີ້ນໂຣເລີເບຼດ

ເພື່ອເຮັດໃຫ້ຮ່າງກາຍຂອງລູກແຂງແຮງ ການອອກກຳລັງກາຍກໍ່ແມ່ນວິທີທາງເລືອກໜຶ່ງທີ່ພໍ່ແມ່ແນະນຳແລະພາລູກປະຕິບັດ ອາດຈະເປັນການຍ່າງ, ການແລ່ນ, ຂີ່ລົດຖີບ, ຕີແບັດມິນຕັ້ນ, ເຕະບານ ຫຼືກິລາປະເພດອື່ນໆ. ໂຣເລີເບຼດແມ່ນເຄື່ອງຫຼີ້ນຊະນິດໜຶ່ງທີ່ເຮັດໃຫ້ເດັກເກີດຄວາມສະໜຸກສະໜານ ທ້າທາຍ ແລະຍັງຖືເປັນກິລາປະເພດໜຶ່ງທີ່ຊ່ວຍເຮັດໃຫ້ຮ່າງກາຍແຂງແຮງ. 5 ຄຸນປະໂຫຍດຫັຼກຂອງການຫຼີ້ນໂຣເລີເບຼດ: ເດັກນ້ອຍຈະມີຄວາມຜ່ອນຄາຍ ມີຈິດແຈ່ມໃສລ້າເລີງ ເຮັດໃຫ້ເດັກເປັນຄົນຄ່ອງແຄ້ວ ວ່ອງໄວເພາະມັນຈະກະຕຸ້ນປະສາດຮັບຮູ້ ເດັກຈະໄດ້ຮຽນຮູ້ຫຼົບຫຼີກເພື່ອບໍໃຫ້ຕຳສິ່ງອື່ນ ການຫຼີ້ນໂຣເລີເບຼດກໍ່່ຄືກັນກັບການແລ່ນອອກກຳລັງກາຍ ຫຼື ຂີ່ລົດຖີບ ຊ່ວຍລະບົບໄຫຼວຽນຂອງເລືອດທຳງານໄດ້ດີຂືິິ້ນ ເຮັດໃຫ້ປອດ ແລະ ຫົວໃຈຂອງເດັກນ້ອຍແຂງແຮງຂື້ນ ການຫຼີ້ນໂຣເລີເບຼດຈະເຮັດໃຫ້ເກີດແຮງກະແທກຂອງຂໍ້ຕໍ່ຕ່າງໆໜ້ອຍກວ່າກິລາປະເພດອື່ນ ຝຶກກ້າມຂາໃຫ້ແຂງແຮງ ແລະ ເຮັດໃຫ້ເດັກນ້ອຍມີການຊົງຕົວໄດ້ດີຂື້ນ #ໂຣເລີເບຼດ#ອອກກຳລັງກາຍ#ແຄມຂອງ#Rollerblade#tadala.3siste

Read More