
ເພື່ອເຮັດໃຫ້ຮ່າງກາຍຂອງລູກແຂງແຮງ ການອອກກຳລັງກາຍກໍ່ແມ່ນວິທີທາງເລືອກໜຶ່ງທີ່ພໍ່ແມ່ແນະນຳແລະພາລູກປະຕິບັດ ອາດຈະເປັນການຍ່າງ, ການແລ່ນ, ຂີ່ລົດຖີບ, ຕີແບັດມິນຕັ້ນ, ເຕະບານ ຫຼືກິລາປະເພດອື່ນໆ. ໂຣເລີເບຼດແມ່ນເຄື່ອງຫຼີ້ນຊະນິດໜຶ່ງທີ່ເຮັດໃຫ້ເດັກເກີດຄວາມສະໜຸກສະໜານ ທ້າທາຍ ແລະຍັງຖືເປັນກິລາປະເພດໜຶ່ງທີ່ຊ່ວຍເຮັດໃຫ້ຮ່າງກາຍແຂງແຮງ.


5 ຄຸນປະໂຫຍດຫັຼກຂອງການຫຼີ້ນໂຣເລີເບຼດ:
- ເດັກນ້ອຍຈະມີຄວາມຜ່ອນຄາຍ ມີຈິດແຈ່ມໃສລ້າເລີງ
- ເຮັດໃຫ້ເດັກເປັນຄົນຄ່ອງແຄ້ວ ວ່ອງໄວເພາະມັນຈະກະຕຸ້ນປະສາດຮັບຮູ້ ເດັກຈະໄດ້ຮຽນຮູ້ຫຼົບຫຼີກເພື່ອບໍໃຫ້ຕຳສິ່ງອື່ນ
- ການຫຼີ້ນໂຣເລີເບຼດກໍ່່ຄືກັນກັບການແລ່ນອອກກຳລັງກາຍ ຫຼື ຂີ່ລົດຖີບ ຊ່ວຍລະບົບໄຫຼວຽນຂອງເລືອດທຳງານໄດ້ດີຂືິິ້ນ ເຮັດໃຫ້ປອດ ແລະ ຫົວໃຈຂອງເດັກນ້ອຍແຂງແຮງຂື້ນ
- ການຫຼີ້ນໂຣເລີເບຼດຈະເຮັດໃຫ້ເກີດແຮງກະແທກຂອງຂໍ້ຕໍ່ຕ່າງໆໜ້ອຍກວ່າກິລາປະເພດອື່ນ
- ຝຶກກ້າມຂາໃຫ້ແຂງແຮງ ແລະ ເຮັດໃຫ້ເດັກນ້ອຍມີການຊົງຕົວໄດ້ດີຂື້ນ